ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ
ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃຫມ່ (COVID-19)
ສາຍດ່ວນ
166
ຂໍ້ມູນເຜີຍແຜ່
ມາດຕະການ
ຄັງຄວາມຮູ້
ກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19)
ສູນຂ່າວສານການແພດສຸຂະສຶກສາ, ກະຊວງສາທາລະນະສຸກ.
ເວັບໄຊຝາກໄວ້ທີ່ ສູນຂໍ້ມູນແຫ່ງຊາດ, ສູນອິນເຕີເນັດແຫ່ງຊາດ, ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ.
ຄະນະສະເພາະກິດ
ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃຫມ່ (COVID-19)
ຕອບ: ພະຍາດທີ່ເກີດຈາກພະຍາດໂຄໂລນາຊະນິດໃໝ່ ແມ່ນຖືກຄົ້ນພົບຄັ້ງທຳອິດ ທີ່ ເມືອງອູຫ້ານ, ສປ ຈີນ, ແລະ ທາງການໄດ້ຕັ້ງຊື່ໃຫ້ພະຍາດນີ້ວ່າ: ພະຍາດໂຄໂລນາ 2019 (ໂຄວິດ-19 ຫຼື COVID-19) – ‘ໂຄ CO’ ໝາຍເຖິງ Corona ໂຄໂລນາ, ‘ວິ VI’ ໝາຍເຖິງ Virus ເຊື້ອຈຸລະໂລກ ແລະ ‘ດີ D’ ໝາຍເຖິງ Disease ພະຍາດ. ແຕ່ກ່ອນໜ້ານີ້, ພວກເຮົາໄດ້ເອີ້ນພະຍາດນີ້ວ່າ: “ພະຍາດໂຄໂລນາສາຍພັນໃໝ່ 2019” ຫຼື ‘2019-nCoV’. [ຂໍ້ມູນ UNICEF Laos]
ຕອບ: ທ່ານສາມາດຕິດແປດພະຍາດຊະນິດນີ້ ຜ່ານການສຳພັດໂດຍກົງກັບລະອອງຟອຍນ້ຳລາຍ ຈາກລະບົບຫາຍໃຈຂອງຄົນທີ່ຕິດເຊື້ອ (ເກີດຈາກ ການໄອ ແລະ ຈາມ) ແລະ ຜ່ານການສຳພັດກັບພື້ນຜິວສິ່ງຂອງທີ່ມີເຊື້ອພະຍາດ. ພະຍາດ ໂຄວິດ-19 ສາມາດມີຊີວິດຢູ່ໜ້າພື້ນຜິວສິ່ງຂອງໄດ້ 2-3 ຊົ່ວໂມງ, ແຕ່ການຂ້າເຊື້ອແບບງ່າຍດາຍ ກໍ່ສາມາດຂ້າພະຍາດຊະນິດນີ້ໄດ້. [ຂໍ້ມູນ UNICEF Laos]
ຕອບ: ຄົນເຈັບຈະມີອາການໄຂ້, ໄອ ແລະ ຫາຍໃຈຍາກ. ໃນກໍລະນີທີ່ຮຸນແຮງ, ການຕິດເຊື້ອຈະເຮັດໃຫ້ປອດອັກເສບ ຫຼື ຫາຍໃຈລະບາກ. ໃນບາງກໍລະນີ, ພະຍາດຊະນິດນີ້ກໍ່ເຮັດໃຫ້ເສຍຊີວິດໄດ້.
ອາການເຫຼົ່ານີ້ແມ່ນຄ້າຍຄືກັບອາການຂອງໄຂ້ຫວັດໃຫຍ່ (Influenza) ຫຼື ອາການຂອງໄຂ້ຫວັດທົ່ວໄປ, ຊຶ່ງພະຍາດດັ່ງກ່າວແມ່ນພົບເຫັນຫຼາຍກວ່າ ໂຄວິດ-19. ນີ້ແມ່ນສາເຫດທີ່ຈະຕ້ອງໄດ້ກວດວິເຄາະເພື່ອຢັ້ງຢືນວ່າຄົນເຈັບເປັນ ໂຄວິດ-19 ແທ້ບໍ່. ມັນສຳຄັນຫຼາຍທີ່ທ່ານຈະຕ້ອງຈື່ໄວ້ວ່າ ມາດຕະການປ້ອງກັນພະຍາດເຫຼົ່ານີ້ແມ່ນຄ້າຍຄືກັນ - ເຊັ່ນ: ລ້າງມືເລື່ອຍໆ ແລະ ຮັກສາສຸຂະອະນາໄມ ໃນເວລາ ໄອ ຈາມ (ປິດປາກໂດຍໃຊ້ຂໍ້ພັບສອກດ້ານໃນ ຫຼື ເຈ້ຍອະນາໄມ ເວລາໄອ ຫຼື ຈາມ, ຫຼັງຈາກນັ້ນໃຫ້ຖີ້ມເຈ້ຍອະນາໄມລົງໃນຖັງຂີ້ເຫຍື່ອທີ່ມີຝາປິດທັນທີ). ປະເທດເຮົາຍັງມີວັກຊີນທີ່ກັນພະຍາດໄຂ້ຫວັດໃຫຍ່ - ສະນັ້ນ, ໃຫ້ຈື່ໄວ້ວ່າຕ້ອງໄດ້ພາລູກຫຼານຂອງທ່ານ ແລະ ໂຕຂອງທ່ານເອງໄປຮັບວັກຊີນໃຫ້ທັນເວລາ.
[ຂໍ້ມູນ UNICEF Laos]
ຕອບ: ວິທີປ້ອງກັນທ່ານ ແລະ ຄອບຄົວຂອງທ່ານຈາກການຕິດເຊື້ອພະຍາດມີດັ່ງລຸ່ມນີ້ [ຂໍ້ມູນ UNICEF Laos] :
1. ໝັ່ນລ້າງມືດ້ວຍສະບູ ແລະ ນໍ້າສະອາດ ຫຼື ລ້າງມືດ້ວຍເຈວລ້າງມືທີ່ມີທາດເຫຼົ່າເລື່ອຍໆ
2. ເວລາ ໄອ, ຈາມ ໃຫ້ປິດປາກໂດຍໃຊ້ຂໍ້ສອກດ້ານໃນ ຫຼື ເຈ້ຍອະນາໄມ, ຫຼັງຈາກນັ້ນ ໃຫ້ຖິ້ມເຈ້ຍອະນາໄມລົງໃນຖັງຂີ້ເຫຍື່ອທີ່ມີຝາປິດທັນທີ
3. ຫຼີກລ່ຽງການເຂົ້າໄກ້ຄົນທີ່ມີອາການຄ້າຍເປັນຫວັດ ຫຼື ເປັນໄຂ້
4. ໃຫ້ໄປຫາໝໍທັນທີທີ່ທ່ານ ເມື່ອລູກຂອງທ່ານ ເປັນໄຂ້, ໄອ ຫຼື ຫາຍໃຈຍາກ
ກໍາລັງປັງປຸງເນື່ອໃນ.
ກໍາລັງປັງປຸງເນື່ອໃນ.
ກໍາລັງປັງປຸງເນື່ອໃນ.
ກໍາລັງປັງປຸງເນື່ອໃນ.
ກອງເລຂາ ຄະນະສະເພາະກິດ
ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19)
ສູນຂ່າວສານການແພດສຸຂະສຶກສາ, ກະຊວງສາທາລະນະສຸກ
ເວັບໄຊຝາກໄວ້ທີ່ ສູນຂໍ້ມູນແຫ່ງຊາດ, ສູນອິນເຕີເນັດແຫ່ງຊາດ, ປທສ